ກ່ຽວກັບ MORE

ໂຄງການບໍລິຫານສື່ການຮຽນການສອນອອນລາຍ Management Online Resource for Education.

ໂຄງການບໍລິຫານສື່ການຮຽນການສອນອອນລາຍ

Management Online Resource for Education (MORE).

ລະບົບການຈັດການຄັງຄວາມຮູ້ເພື່ອການສຶກສາໃນລະບົບອອນລາຍ ຫຼື Management Online Resource for Education (MORE) ແມ່ນຄັງເກັບຊັບພະຍາກອນຂໍ້ມູນ-ຄວາມຮູ້ຂອງໂຄງການ SMCS ໄວ້ເທິງພື້ນທີ່ອອນລາຍ, ທີ່ເວັບໄຊ້ຂອງຄະນະເສດຖະສາດ ແລະ ການທ່ອງທ່ຽວ (ຄສທ) ເຊິ່ງເປັນສ່ວນໜຶ່ງຂອງການສົ່ງເສີມການຮຽນຮູ້ ແລະ ການແລກປ່ຽນປະສົບການເທິງພື້ນທີ່ອອນລາຍຂອງໂຄງການ SMCS. MORE ຍັງເປັນພື້ນທີ່ ທີ່ສ້າງຂຶ້ນມາເພື່ອການແບ່ງປັນ ແລະ ເຜີຍແຜ່ບົດຄົ້ນຄວ້າວິໄຈ, ຂໍ້ມູນຄວາມຮູ້, ຊຸດເຄື່ອງມືການຝຶກອົບຮົມ, ຂໍ້ມູນທຶນຊ່ວຍເຫຼືອ ແລະ ການເຄື່ອນໄຫວກິດຈະກໍາຕ່າງໆ, ພ້ອມທັງຍັງເປັນເວທີສົນທະນາ ແລະ ແລກປ່ຽນຄວາມຮູ້ທາງອອນລາຍ ໃຫ້ກັບກຸ່ມເປົ້າໝາຍຂອງໂຄງການ SMCS ເປັນຕົ້ນ: ບັນດາມະຫາວິທະຍາໄລຄູ່ຮ່ວມງານ, ກຸ່ມຄູ-ອາຈານ, ກຸ່ມນັກສຶກສາ ແລະ ອົງກອນຕ່າງໆທີ່ມີຄວາມສົນໃຈໃນການພັດທະນາຂີດຄວາມສາມາດດ້ານການບໍລິຫານ. MORE ຍັງຖືກອອກແບບໂດຍອີງໃສ່ຄວາມຕ້ອງການຂອງຜູ້ໃຊ້ງານເປັນຫຼັກ. ດັ່ງນັ້ນ, ທີມງານໂຄງຈະດຳເນີນການສຳຫຼວດຄວາມຄາດຫວັງ ແລະ ຄວາມພຶງພໍໃຈຂອງຜູ້ໃຊ້ງານເພື່ອປັບປຸງລະບົບ MORE ຂອງພວກເຮົາຢ່າງຕໍ່ເນື່ອງ.

ບັນດາຄູຝຶກທີ່ເປັນ Master Trainers

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານທີ່ ຄະນະເສດຖະສາດ ແລະ ການທ້ອງທ່ຽວ ປະຈຸບັນປະກອບດ້ວຍຄູຝຶກທີ່ເປັນ Master Trainer ຈຳນວນ 10 ທ່ານ ເປັນຍິງ 3 ທ່ານ.

Scroll to Top