ພິທີເຝິກອົບຮົມ ການຂຽນບົດນຳສະເໜີໂຄງການ ໃຫ້ແກ່ອາຈານຄະນະພາສາສາດ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ໄດ້ໄຂຂຶ້ນໃນວັນທີ 17-19 ແລະ 22-24 ມັງກອນ 2024, ຢູ່ທີ່ຫ້ອງປະຊຸມ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ ປທ ວິລະອາໂນລັກ ຮັກສາການອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໃນນາມເປັນປະທານ ແລະ ຜູ້ຊີ້ນຳໂຄງການ.
ນອກນັ້ນກໍ່ປະກອບດ້ວຍວິທະຍາກອນ 6 ທ່ານຄື: ທ່ານ ປອ. ບຸນທະວີ ສີພັນທອງ, ທ່ານ ປທ. ນາງ ແສງຫຼ້າ ອ່ອນແກ້ວ, ທ່ານ ປທ. ສັງທອງ ສີຟອງໄຊ, ທ່ານ ປທ. ວິລັດ ສິດທິລາດວົງສາ, ທ່ານ ປທ. ຄຳສອນ ສອນໄຊ ແລະ ທ່ານ ປທ.ມົງຄຸນ ວັດທະນາ, ຍັງມີນັກສຳມະນາກອນຈາກ ຄະນະພາສາສາດ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ເຂົ້າຮ່ວມທັງຫມົດ 40 ທ່ານ.
ຜ່ານການຝຶກອົບຮົມ, ນັກສຳມະນາກອນ ໄດ້ຮຽນຮູ້ກ່າວກັບການຂຽນບົດນຳສະເຫນີໂຄງການ ເພື່ອຂໍທຶນຈາກໂຄງການ SMCS ເຊິ່ງໄດ້ແກ່ ການກຳຫນົດບັນຫາ, ການວິເຄາະບັນຫາ, ການກຳຫນົດປັດໃຈພາຍນອກທິ່ກ່ຽວຂ້ອງ, ການສ້າງແຜນການຈັດຕັ້ງປະຕິຍັດໂຄງການ ແລະ ແຜນຕິດຕາມ ແລະ ການປະເມີນ, ການນຳສະເຫນີແຜນການຕິດຕາມ ແລະ ການປະເມີນ, ພ້ອມທັງສ້າງປະໂຫຍກຜົນໄດ້ຮັບ ແລະ ພັດທະນາຕົວຊີ້ວັດ (Project M&E Plan and Indicators), ການຂຽນແຜນງົບປະມານການເງິນໂຄງການ (Project Budget Plan), ການສ້າງແຜນການຈັດຕັ້ງ ການປະຕິບັດໂຄງການ (Project Implementation Plan/ Intervention Plan), ການເລີ່ມຂຽນບົດນຳສະເຫນີໂຄງການໂດຍການນຳໃຊ້ຟອມສະໝັກຂໍທຶນຊ່ວຍເຫຼືອ (SMCS Grant Application Form) ຕົ້ນໄມ້ບັນຫາ (ສາເຫດ, ບັນຫາ ແລະ ຜົນທີ່ຕາມມາ), ຕົ້ນໄມ້ຈຸດປະສົງ ກິດຈະກຳ, ຈຸດປະສົງ (ຜົນໄດ້ຮັບ) ແລະ ເປົ້າຫມາຍ(ຫມາກຜົນ), ໄດ້ຮຽນຮູ້ກ່ຽວກັບການຂຶ້ນແຜນງົບປະມານ , ການວິເຄາະ SWOT, ການວິເຄາະເຄືອຂ່າຍ ແລະການເຊື່ອມໂຍງ: Actor Mapping, ຄວາມສຳພັນຂອງຜູ້ທີ່ມີສ່ວນກ່ຽວຂ້ອງ: 4A’s Analysis.
ໃນການຝຶກອົບຮົມຄັ້ງນີ້ໄດ້ມີການແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບການຂຽນບົດນຳສະເໜີໂຄງການ, ມີການສົນທະນາກົງໄປກົງມາ, ມີການນໍາກິດຈະກໍາ ແລະ ເຄື່ອງມືຕ່າງໆເຂົ້າມາທົດສອບ ແລະ ນໍາໃຊ້ເຮັດໃຫ້ມີບັນຍາກາດທີ່ດີ.
ໂດຍໄດ້ຮັບທຶນສະໜັບສະໜູນໂດຍ: ອົງການພັດທະນາສາກົນຂອງສະຫະລັດອາເມລີກາ (USAID), ສະຖາບັນ RTI, ຕອນທ້າຍ ຄະນະທ່ານປະທານ ໄດ້ມີຄໍາເຫັນໂອ້ລົມ ທ່ານ ໄດ້ສະແດງຄໍາຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ຜູ້ທີ່ເຂົ້າຝຶກອົບຮົມຊຸດນີ້ນໍາເອົາເນື້ອໃນບົດຮຽນທີ່ໄດ້ຮຽນມານໍາໄປປະຍຸກໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບໃຫ້ເກີດດອກອອກຜົນ.
ພາບບັນຍາກາດ:































