ກອງປະຊຸມຝຶກອົບຮົມການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ

ກອງປະຊຸມການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ (Collaboration and Partnership Training Workshop) ໄດ້ຈັດຂຶ້ນລະຫວ່າງວັນທີ 25-27 ກໍລະກົດ 2024 ທີ່ຫ້ອງປະຊຸມ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ນະຄອນຫຼວງພະບາງ, ໄດ້ຮັບກຽດເປັນປະທານຮ່ວມໃນກອງປະຊຸມຄັ້ງນີ້ ໂດຍ ທ່ານ ຮສ ປອ. ທອງພັນ ຈັນຖາວອນ ຄະນະບໍດີ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ແລະ ທ່ານ ແສງທອງ ໂພທິສານ ຜູ້ອຳນວຍການສະຖາບັນ RTI ປະຈຳລາວ ໂດຍມີ ນັກວິທະຍາກອນຂອງໂຄງການ ແລະ ອາຈານຜູ້ທີ່ເປັນນັກສຳມະນາກອນຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ແລະ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມສ ເຂົ້າຮ່ວມທັງໝົດ 30 ກວ່າທ່ານ.

ໃນກອງປະຊຸມຄັ້ງນີ້ແມ່ນຈະໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການ ໃນເລື່ອງຂອງ ການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ ເຊິ່ງປະກອບໄປດ້ວຍ: ການສຳຫຼວດເຄືອຂ່າຍອົງກອນ (Social Network Analysis), ຄວາມເຂົ້າໃຈກ່ຽວກັບ ເຄືອຂ່າຍສັງຄົມ (Social Network), ການເຂົ້າໃຈຄູ່ຮ່ວມງານ (Partnership), ການລິເລີ່ມສ້າງເຄືອຂ່າຍສັງຄົມ (Initiate Social Network and Increse Relationship), ການນຳໃຊ້ສື່ສັງຄົມອອນລາຍເພື່ອເສີມສ້າງເຄືອຂ່າຍ (Leverage Social Media to Build Network) ແລະ ການເຮັດວຽກຮ່ວມກັນເພື່ອຄວາມສຳເລັດ (​​Collaboration for Success).

ກອງປະຊຸມຝຶກອົບຮົມການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ ລະຫວ່າງວັນທີ 25-27 ກໍລະກົດ 2024 ໄດ້ຮັບການສະໜັບສະໜູນໂດຍ USAID

ພາບບັນຍາກາດ:

ວິດີໂອການເຄື່ອນໄຫວ:

ຮູບພາບ ແລະ ຂ່າວໂດຍ: ຍູ

Leave a Comment

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

Scroll to Top