ການເປີດໂຄງການ
ພິທີປະກາດ ແລະ ເຊັນສັນຍາທຶນໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ
The Study and Modeling of Management Capacity and System Strengthening Project (SMCS)

ໃນວັນທີ 27 ເດືອນພຶດສະພາ ປີ 2022 ທີ່ສະໂມສອນ ມະຫາວິທະຍາໄລສຸພານຸວົງ ໄດ້ມີພິທີປະກາດ ແລະ ເຊັນສັນຍາທຶນໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ ( SMCS ) ຂຶ້ນ, ໂດຍມີຈຸດປະສົງເພື່ອປະກາດທຶນໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານ ແລະ ເພື່ອເປັນການເຊັນສັນຍາຮ່ວມມືກັນລະຫວ່າງ ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລສຸພານຸວົງ ກັບ ສະຖາບັນ ອາທີໄອ ອິນເຕີເນເຊິນແນວ.
ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ມີ: ທ່ານ ຮສ. ປທ. ວິໄຊ ຈັນສະຫວ່າງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍຄະນະ, ມີທ່ານ ໄມເຄີນ ລອນນິ່ງ ຜູ້ຕາງໜ້າຈາກໂຄງການ USAID ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານຄະນະບໍດີຄະນະເສດຖະສາດ ແລະ ການທ່ອງທ່ຽວ, ມີທ່ານຫົວໜ້າສະຖາບັນອາທີໄອອິນເຕີເນເຊິນແນວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ຮສ.ປທ. ວິໄຊ ຈັນສະຫວ່າງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ໄດ້ຂຶ້ນກ່າວຕ້ອນຮັບແຂກຢ່າງອົບອຸ່ນ ພ້ອມທັງມີຄຳເຫັນເນັ້ນຢໍ້າເຖິງຄວາມສຳຄັນຂອງໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານຕໍ່ກັບການປະກອບສ່ວນເຂົ້າໃນແຜນພັດທະນາຂະແໜງການສຶກສາໃນ 4 ມະຫາວິທະຍາໄລ ໂດຍສະເພາະກໍແມ່ນເປົ້າໝາຍການພັດທະນາ ມະຫາວິທະຍາໄລສຸພານຸວົງ ພ້ອມທັງກ່າວເປີດພິທີຢ່າງເປັນທາງການ.
ໃນໂອກາດນີ້ ທ່ານ ໄມເຄິນ ລອນນິງ ຜູ້ຕາງໜ້າຈາກໂຄງການ USAID ປະຈຳ ສປປ ລາວ ກໍໄດ້ຂຶ້ນກ່າວຄຳຄິດເຫັນໂດຍທ່ານໄດ້ກ່າວວ່າ: ພິທີມອບ-ຮັບທຶນ ແລະ ເຊັນສັນຍາ ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ ໃນຄັ້ງນີ້ ໄດ້ເປັນການຢໍ້າຄືນເຖິງເຈດຈຳນົງຂອງ ສະຫະລັດອາເມຣິກາ ເຊິ່ງມີເປົ້າໝາຍອັນດຽວກັນກໍຄື ການພັດທະນາຊັບພະຍາກອນມະນຸດອ້ອມຂ້າງຂະແໜງການສຶກສາ ໂດຍສະເພາະກໍແມ່ນບັນດາອາຈານ, ກຸ່ມນັກຄົ້ນຄວ້າ, ບັນດານັກສຶກສາ ແລະ ອົງການຈັດຕັ້ງທ້ອງຖິ່ນທີ່ກ່ຽວຂ້ອງ ເຊິ່ງອົງການເຫຼົ່ານີ້ ແມ່ນຈະປະກອບສ່ວນຕໍ່ກັບແຜນພັດທະນາທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ IX.

ຕິດດຕາມໄດ້ທີ່ @ຄະນະເສດຖະສາດ ແລະ ການທ່ອງທ່ຽວ
ເຂົ້າຕິດຕາມການເຄື່ອນໄຫວຂອງໂຄງການໄດ້ທີ່ Facebook ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມສ ແລະ ເວັບໄຊທ໌ fet-su.edu.la/ການເຄື່ອນໄຫວ.
