ງານເຝິກອົບຮົມ GESI ທີ່ຄະນະເສດຖະສາດ ແລະ ການທ່ອງທ່ຽວ ວັນທີ 12-14 ກຸມພາ 2024

ກອງປະຊຸມເຝິກອົບຮົມ ການເຊື່ອມສານວຽກງານຄວາມສະເໝີພາບບົດບາດຍິງຊາຍ ແລະ ການມີສ່ວນຮ່ວມທາງສັງຄົມ ໄດ້ຈັດຂຶ້ນໃນວັນທີ 12-14 ກຸມພາ 2024 ທີ່ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລ ສຸພານຸວົງ ໄດ້ຮັບການສະໜັບສະໜູນຈາກໂຄງການ USAID, ໂດຍມີວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມທັງຫມົດ 30 ກວ່າຄົນ ໃນນີ້ມີນັກສຳມະນາກອນທີ່ເປັນອາຈານ ແລະ ນັກສຶກສາຈາກ ຄະນະຕ່າງໆໃນ ມະຫາວິທະຍາໄລ ສຸພານຸວົງ.

ການເຝິກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ຮສ. ປທ. ວິລະ ອາໂນລັກ ຮັກສາການອະທິການບໍດີ ມສ,​ ຍັງທີວິທະຍາກອນທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍກໍ່ຄື: ທ່ານ ປທ. ຈຳປາ ລັດຕະນະສຸວັນນະຜົນ, ທ່ານ ອຈ. ປທ.​ ຈັນສະໝອນ ແສງດາລາ ແລະ ທ່ານ ສົມຄວນ ໄຊຍະວົງ.

ໂດຍຜ່ານການເຝິກອົບຮົມທາງນັກສຳມະນາກອນແມ່ນໄດ້ຮຽນຮູ້ກ່ຽວກັບ ຄຳສັບດ້ານບົດບາດຍິງຊາຍ, Gender terminologies,​ ການຮຽນຮູ້ທາງສັງຄົມຕໍ່ກັບວຽກງານບົດບາດຍິງ-ຊາຍ Gender socialization, ການຮຽນຮູ້ທາງສັງຄົມຕໍ່ກັບວຽກງານບົດບາດຍິງ-ຊາຍ Gender socialization, ບົດບາດທາງເພດ Gender roles, ການເຂົ້າເຖິງ ແລະ ການຄວບຄຸມ Access and control, ການຈຳແນກບົດບາດຍິງ-ຊາຍ Gender discrimination, ລວມໄປເຖິງ ຄວາມສະເໝີພາບທີ່ແທ້ຈິງ ພາຍໄຕ້ສົນທິສັນຍາ CEDAW ນອກນັ້ນກໍ່ຍັງໄດ້ຮຽນຜູ້ຜ່ານການຫລິ້ນກິດຈະກຳ ແລະ ເກມຕ່າງໆ ແລະທີ່ນັກສຳມະນາກອນໃຫ້ຄວາມສົນໃຈ ໄດ້ທຳການແບ່ງກຸ່ມຮຽນຮູ້ເປັນກຸ່ມຍ່ອຍ ເຮັດໃຫ້ສາມາດເຂົ້າໃຈບົດຮຽນໄດ້ຢ່າງເລິກເຊິງ.

ຜ່ານການເຝິກອົບຮົມເຫັນວ່າທາງນັກສຳມະນາກອນແມ່ນມີຄວາມເຂົ້າໃຈ ເລິກເຊິ່ງຂຶ້ນກ່ຽວກັບວຽກງານ GESI ແລະຍັງສາມາດນຳເອົາຄວາມຮູ້ໄປປະຍຸກໃຊ້ໃນຊີວິດ ແລະ ວຽກງານຂອງຕົນອີກດ້ວຍ.

ສັງລວມພາບຮັບໃບຢັ້ງຢືນ:
ພາບບັນຍາກາດ
ຮຽບຮຽງໂດຍ: ສະລັນຍູ
Scroll to Top