Management Online Resource For Education (MORE)

ກ່ຽວກັບ ລະບົບການຈັດການຄັງຄວາມຮູ້ເພື່ອການສຶກສາໃນລະບົບອອນລາຍ

ລະບົບການຈັດການຄັງຄວາມຮູ້ເພື່ອການສຶກສາໃນລະບົບອອນລາຍ ຫຼື Management Online Resource for Education (MORE) ແມ່ນຄັງເກັບຊັບພະຍາກອນຂໍ້ມູນ-ຄວາມຮູ້ຂອງໂຄງການ SMCS ໄວ້ເທິງພື້ນທີ່ອອນລາຍ, ທີ່ເວັບໄຊ້ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ເຊິ່ງເປັນສ່ວນໜຶ່ງຂອງການສົ່ງເສີມການຮຽນຮູ້ ແລະ ການແລກປ່ຽນປະສົບການເທິງພື້ນທີ່ອອນລາຍຂອງໂຄງການ SMCS.

Supported by The United States Agency for International Development (USAID)

ກ່ຽວກັບໂຄງການ SMCS

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ (SMCS) ແມ່ນໂຄງການທີ່ໄດ້ຮັບການສະໜູນໂດຍອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ເຊິ່ງຈັດຕັ້ງປະຕິບັດໂດຍສະຖາບັນອາທີໄອ ອິນເຕີເນຊັນນັນ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໂດຍມີຈຸດປະສົງເພື່ອສະໜັບສະໜູນການພັດທະນາຂີດຄວາມສາມາດດ້ານການບໍລິຫານໃຫ້ແກ່ສະຖາບັນການສຶກສາຊັ້ນສູງ ໃນ ສປປ ລາວ.

ກິດຈະກຳຫຼັກຂອງໂຄງການ?

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ (SMCS) ມີກິດຈະກຳຫຼັກດັ່ງນີ້

01.
ພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມເປັນຈິງໃຫ້ແກ່ສະຖາບັນການສຶກສາ

ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ພ້ອມທັງວາງແຜນຊຸດຝຶກອົບຮົມຢ່າງເປັນລະບົບ.

02.
ຍົກລະດັບຂີດຄວາມສາມາດດ້ານການບໍລິຫານ

ໃຫ້ແກ່ສະຖາບັນການສຶກສາ ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ໂດຍຜ່ານການຝຶກອົບຮົມ, ນຳພາເຮັດຕົວຈິງ ແລະ ໃຫ້ຄໍາປຶກສາ.

03.
ຕິດຕາມ ແລະ ຖອດຖອນບົດຮຽນຈາກສະຖາບັນການສຶກສາ

ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ເພື່ອຜັນຂະຫຍາຍ ແລະ ສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງ ດ້ານການບໍລິຫານ.

ເຄື່ອງມືຝຶກອົບຮົມ

ການປະເມີນຊ່ອງຫວ່າງຄວາມສາມາດໃນການບໍລິຫານ-PLOCA
ການພັດທະນາທັກສະການອຳນວຍຄວາມສະດວກ-Facilitation Skills Development
ການພັດທະນາພາວະຄວາມເປັນຜູ້ນຳ ພາກທີ I: ການນຳພາຕົນເອງ
ການພັດທະນາພາວະຄວາມເປັນຜູ້ນຳ ພາກທີ II: ການນຳພາທີມງານ
ການພັດທະນາພາວະຄວາມເປັນຜູ້ນຳ ພາກທີ III: ການນຳພາອົງກອນ
ການຂຽນບົດນຳສະເໜີໂຄງການ-Project Proposal Writing
ປຶ້ມຄູ່ມືການອຳນວຍຄວາມສະດວກການເຝິກອົບຮົມ-Facilitator Skills handbook
ການຄຸ້ມຄອງບໍລິຫານໂຄງການ-Project Management
ການຕະຫຼາດດິຈີຕອລ-Digital Marketing
ຄວາມຮູ້ພື້ນຖານທາງດ້ານບັນຊີການເງິນ-Basic Accounting

ອົງກອນພາກລັດ ແລະ ເອກະຊົນທີ່ພວກເຮົາໄດ້ຮ່ວມມື

10+

ອົງກອນທັງພາກລັດ ແລະ ເອກະຊົນ
ໃນພາກເໜືອຂອງ ສປປ ລາວ

100+

ຈຳນວນນັກສຳມະນາກອນ
ທີ່ຜ່ານການຝຶກອົບຮົມກັບເຮົາ

ພວກເຮົາໄດ້ສະໜອງການຝຶກອົບຮົມ ໃຫ້ແກ່ບັນດາອົງກອນຫຼາຍກວ່າ 10 ແຫ່ງ ໃນພາກເໜືອຂອງ ສປປ ລາວ.

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ (SMCS),​ ຫລັງຈາກທີ່ໄດ້ເຊັນສັນຍາໃນວັນທີ 27 ເດືອນພຶດສະພາ ປີ 2022 ພວກເຮົາໄດ້ຈັດຕັ້ງປະຕິບັດວຽກງານ ແລະ ຈັດການຝຶກອົບຮົມໃຫ້ແກ່ບັນດາອົງກອນທັງພາກລັດ ແລະ ເອກະຊົນ ໃນທົ່ວພາກເໜືອຂອງ ສປປ ລາວ.

Our news and Events

ຂ່າວສານ / ການເຄື່ອນໄຫວ

ຕິດຕາມບັນດາຂ່າວສານການເຄື່ອນໄຫວ ກິດຈະກຳຕ່າງໆ ລວມທັງທຶນການຊ່ວຍເຫຼືອ ຈາກໂຄງການຂອງພວກເຮົາ
ເຊິ່ງຈະໄດ້ອັບລົງເລື້ອຍໆທຸກຄັ້ງທີ່ມີການເຄື່ອນໄຫວ ແລະ ພວກເຮົາຫວັງວ່າຈະເປັນປະໂຫຍດແກ່ທຸກໆທ່ານ.

ກອງປະຊຸມຝຶກອົບຮົມການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ

ກອງປະຊຸມການສ້າງຄູ່ຮ່ວມງານ ແລະ ການເຮັດວຽກຮ່ວມກັນ (Collaboration and Partnership Training Workshop) ໄດ້ຈັດຂຶ້ນລະຫວ່າງວັນທີ 25-27 ກໍລະກົດ 2024…

ອ່ານເພີ່ມ

ງານເຝິກອົບຮົມ GESI ທີ່ຄະນະເສດຖະສາດ ແລະ ການທ່ອງທ່ຽວ ວັນທີ 12-14 ກຸມພາ 2024

ກອງປະຊຸມເຝິກອົບຮົມ ການເຊື່ອມສານວຽກງານຄວາມສະເໝີພາບບົດບາດຍິງຊາຍ ແລະ ການມີສ່ວນຮ່ວມທາງສັງຄົມ ໄດ້ຈັດຂຶ້ນໃນວັນທີ 12-14 ກຸມພາ 2024 ທີ່ຄະນະເສດຖະສາດ ແລະ ການທ່ອງທ່ຽວ ມະຫາວິທະຍາໄລ…

ອ່ານເພີ່ມ

ເຝິກອົບຮົມ ການຂຽນບົດນຳສະເໜີໂຄງການ ໃຫ້ແກ່ອາຈານຄະນະພາສາສາດ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້

ພິທີເຝິກອົບຮົມ ການຂຽນບົດນຳສະເໜີໂຄງການ ໃຫ້ແກ່ອາຈານຄະນະພາສາສາດ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ໄດ້ໄຂຂຶ້ນໃນວັນທີ 17-19 ແລະ 22-24…

ອ່ານເພີ່ມ

ບັນດາຄູຝຶກທີ່ເປັນ Master Trainers

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານທີ່ ຄະນະເສດຖະສາດ ແລະ ການທ້ອງທ່ຽວ ປະຈຸບັນປະກອບດ້ວຍຄູຝຶກທີ່ເປັນ Master Trainer ຈຳນວນ 10 ທ່ານ ເປັນຍິງ 3 ທ່ານ.

Scroll to Top